Tad phasuam

ນໍ້າຕົກຕາດຜ້າສ້ວມ

1.  ທີ່ຕັ້ງຂອງນໍ້າຕົກຕາດຜ້າສ້ວມ.

    ນໍ້າຕົກຕາດຜ້າສ້ວມຕັ້ງຢູ່ບ້ານໂດນ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ເຊິ່ງມີໄລຍະທາງຫ່າງຈາກຕົວເມືອງຈາກຕົວເມືອງປາກເຊໄປທາງທິດເໜືອຕາເວັນອອກສຽງເໜືອ 38 ກິໂລແມັດ.  ເດີນທາງໄປທາງປາກຊ່ອງ ແລ້ວກໍຮອດຫຼັກ 21 ໃຫ້ລ້ຽວຊ້າຍໄປຕາມເສັ້ນທາງເມືອງບາຈຽງ ໄປປະມານ 15 ກິໂລແມັດ. ແລ້ວກໍຈະເຫັນປ້າຍໃຫ່ຍຢູ່ທາງເບືອງຊາຍມືຂຽນວ່ານໍ້າຕົກຕາດຜ້າສ້ວມ ຫຼັງຈາກນັ້ນກໍໃຫ້ຂີເຂົ້າໄປປະມານ 2 ກິໂລແມັດກໍຈະຮອດນໍ້າຕົກຕາດຜ້າສ້ວມ.






2.  ປະຫວັດຄວາມເປັນມານໍ້າຕົກຕາດຜ້າສ້ວມ.
    ນໍ້າຕົກຕາດຜ້າສ້ວມ ເປັນນໍ້າຕົກຕາດທີມີນໍ້າໄຫຼຕະຫຼອດປີ ແລະ ກໍາລັງແຮງຂອງນໍ້າທີໄຫຼຕົກລົງມານັ້ນ ຈະມີກໍາລັງແຮງ ເຮັດໃຫ້ເກີດສຽງດັງຢ່າງຊັດເຈນ ສ້າງບັນຍາກາດຂອງການໄປທ່ອງທ່ຽວ ນໍ້າຕົກໄດ້ຢ່່າງດີ ນໍ້າຕົກຕາດແຫ່ງນີ້ມີຄວາມສໍາພັນກ່ຽວຂ້ອງກັບຕໍານານທີ່ເກົ່າແກ່ແລ້ວ ພ້ອມທັງມີຊື່ສຽງໂດ່ງດັງ ແລະ ຂື້ນຊື່ລືນາມໃນວັນນະຄະດີຂອງລາວ ຕໍານານພື້ນເມືອງໄດ້ກ່າວກັນວ່າ ພໍ່ຂອງທ້າວບາຈຽງເຄີຍໄດ້ຊ່ວຍຊີວິດຂອງພໍ່ນາງມະໂລງ ບໍ່ໃຫ້ເສືອກິນຢູ່ໃນປ່າ, ພໍ່ຂອງນາງມະໂລງໄດ້ໃຫ້ສັນຍາວ່າຈະໃຫ້ລູກສາວຂອງຕົນແຕ່ງງານກັບທ້າວບາຈຽງ ແລະ ຄໍາວ່າສ້ວມນັ້ນແມ່ນໝາຍເຖິງຫ້ອງຮັກ ແລະ ຫ້ອງຫໍ ໃນນັ້ນທ້າວບາຈຽງໄດ້ໝາຍເອາເອົານໍ້າຕົກຕາດຜ້າສ້ວມນັ້ນ ສ້າງຂື້ນມາເພື່ອລໍຖ້າຮັບນາງມະໂລງທີເປັນຄູ່ໜັ້ນຂອງຕົນແຕ່ຕອນຍັງນ້ອຍ ແລະ ເມືອທ້າວບາຈຽງແຫ່ຂັນມາກມາສູ່ຂໍນາງມະໂລງ ຈືງເຮັດໃຫ້ນາງມະໂລງໄດ້ໂຕນໜີໄປກັບທ້າວຈໍາປາ ເຊິ່ງທ້າວຈໍາປາເປັນຄົນຮັກຂອງນາງມະໂລງ ແລ້ວກໍ່ເຮັດໃຫ້ທ້າວບາຈຽງຖອກເຫຼົ້າຢາປາແປ້ງຈົນກາຍເປັນພູສະເຫຼົ້າຢູ່ທີເມືອງໂພນທອງໃນປັດຈຸບັນ ແລະ ນັບແຕ່ນັ້ນມາຈື່ງໄດ້ເອີ້ນສະຖານທີນໍ້າຕົກຕາດແຫ່ງນີ້ວ່າ ນໍ້າຕົກຕາດຜ້າສ້ວມ ຄໍາວ່າຜ້າສວມ ’’ ຂອງລາວ ໝາຍເຖິງຫ້ອງນອນຂອງເຈົ້າບ່າວ-ເຈົ້າສາວ ຫຼື ຫ້ອງຫໍ ເຊິງແຕກຕ່າງກັບຄໍາວ່າ ສ້ວມ ’’ຂອງໄທເຊິງໝາຍເຖິງຫ້ອງນໍ້າ ຫຼື ຫ້ອງສຸຂາ ແລະ ຄໍາວ່າຕາດ ’’ ໝາຍເຖິງລານຫຼີນທີເປັນຊັ້ນໆ ນັບໄດ້ວ່າເປັນນໍ້າຕົກທີສວຍງາມຫຼາຍ ແລະ ມີບັນຍາກາດປອດໂປ້ງ.

    ແຕ່ກ່ອນນໍ້າຕົກຕາດແຫຼ່ງນີ້ຍັງບໍທັນມີການປັບປຸງເປັນລະບຽບເທືອ ແລະ ມາຮອດປີ 1996 ໄດ້ມີທ່ານ ວິມົນ ກິດວິມົນ ໄດ້ເຂົ້າມາສໍງປະທານພັດທະນາແຫຼ່ງທ່ອງທ່ຽວຕາດຜ້າສ້ວມ ແລະ ໄດ້ໃຊເວລາໃນການອອກແບບກວ່າ 2 ປີໃນການສ້າງ ແລະ ໄດ້ຮັບອະນຸຍາດໃນການກໍ່ສ້າງເລີ້ມໃນປີ 1999 ໂດຍການໃຊ້ແຫ່ງງານທ່ອງຖິ່ນ ແລະ ມີເນື້ອທີທັງໜົດ 207 ເຮັກຕາ ໄດ້ເປິດນໍາໃຊ້ຢ່າງເປັນທາງການໃນປີ 2009 ເພື່ອຮອງຮັບເອົານັກທ່ອງທ່ຽວເຂົ້າມາທ່ຽວຊົມສະຖານທີແຫ່ງນີ້.





3.  ລັກສະນະເດັ່ນນໍ້າຕົກຕາດຜ້າສ້ວມ.

 ນໍ້າຕົກຕາດຜ້າສ້ວມເປັນຕາດທີມີຄວາມສວຍງາມ ມີຄວາມແຕກຕ່າງຈາກນໍ້າຕົກບ່ອນອື່ນ ແລະ ມີນັກທ່ອງທ່ຽວຫຼາຍຄົນປະທັບໃຈຫຼາຍໃນຕາດຜ້າສ້ວມແຫຼ່ງນີ້, ພິເສດໄປກ່ອນນີ້ກໍ່ຄື ມີອາຍນໍ້າຕົກລົງມາໃນບໍລິເວນຂອງຫີ້ນທີມີລັກສະນະເປັນຮູບສີ່ຫຼ່ຽມ ແລະ ມີຄວາມອຸດົມສົມບູນໄປດ້ວຍຕົ້ນໄມ້ນ້ອຍ ໄມ້ໃຫ່ຍທີແຈກຢາຍກັນຢູ່ໃນທົວທຸກເຂດແຫຼ່ງນັ້ນມີຄວາມສວຍງາມ, ມີຂົວອູໄວ້ຢ່າງໄປຫານໍ້າຕົກ, ມີຈຸດຊົມວິວ, ມີສຽງຮອງຂອງສັດສາວາສິງຕ່າງໆ ພ້ອມທັງມີພະລານຫີ້ນນ້ອຍໃຫ່ຍທີສະຫຼັບຊັບຊ້ອນກັນຢູ່ຢ່າງສວຍງາມ ແລະ ສິງທີໜ້າສົນໃຈໄປກວ່ານັ້ນກໍມີ ໜູ່ບ້ານຊົນເຜົ່າ, ການນຸງຖືຂອງແຕ່ລະຊົນເຜົ່າທີແຕກແຕ່ງກັນ, ມີຮ້ານຂາຍເຄືອງຂອງຊຸດຊົນເຜົ່າ,ເຄືອງຫັດຖະກໍາ, ມີຮ້ານອາຫານ, ມີເຮືອນນ້ອຍໃນປ່າ ຕັ້ງຢູ່ກະແຈກກະຈ່າຍ ແລະ ມີຂົວອູເອົາໄວ້ຂ້າມໄປຊົມນໍ້າຕົກຕາດທີ່ເຮັດດ້ວຍໄມໄຜ່ ນອກຈາກນີ້ແລ້ວກໍ່ຍັງມີທາງຢ່າງທີເຮັດດ້ວຍຂຽງໄມ້.





4   ສິ່ງອໍານວຍຄວາມສະດວກນໍ້າຕົກຕາດຜ້າສ້ວມ.
    ນໍ້າຕົກຕາດຜ້າສ້ວມມີສິ່ງອໍານວຍຄວາມສະດວກຫຼາຍຢ່າງເຊັ່ນວ່າ: ສະຖານທີຈອດລົດຈັກ-ລົດໃຫ່ຍໄດ້ຢ່າງກວ້າງຂວາງ, ມີພະນັກງານບໍລິການໃຫ້ຂໍ້ມູນຕ່າງໆ, ມີຫ້ອງນໍ້າ, ມີຮ້ານຂາຍເຄືອງ, ຮ້ານອາຫານຢູ່ແຄມຕາດ ແລະ ເຄືອງດື່ມ ຈຸດຊົມວິວ, ລີສອດ, ການໃຫ້ບໍລິການເຮືອນພັກແຄມປ່າ,  ຮ້ານຂາຍສິນຄ້າທີລະນຶກ, ມີຂົວອູ່ໃຫ້ຂ້າມໄປມາ, ມີຕັ້ງໄວ້ໃຫ້ນັ້ງເພືອຊົມນໍ້າຕົກຕາດ, ນອກຈາກນີ້ແລ້ວກໍຍັງມີບໍລິການຖ່າຍຮູບ, .   









5    ການເຂັ້າເຖິ່ງນໍ້າຕົກຕາດຜ້າສ້ວມ.
 ເສັ້ນທາງການເຂົ້າເຖິ່ງແມ່ນມີຄວາມສະດວກສະບາຍເພາະວ່າເປັນເສັ້ນທາງປູຢ່າງຈາກເສັ້ນທາງໃຫ່ຍເຂົ້າເຖິງນໍ້າຕົກຕາດເລີຍ ແລະ ເສັ້ນທາງກ້ວາງຂວາງ  ສາມາດນໍາເອົານໍາເອົາລົດທຸກໆຊະນິດເຂົ້າໄປໄດ້ໃນສະຖານທີນໍ້າຕົກຕາດ ລົດຈັກ, ລົດໃຫ່ຍ



Comments