pa tu xay


 ປະຕູໄຊ
1. ທີ່ຕັ້ງ.
      ສວນປະຕູໄຊ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມສວຍງາມທາງດ້ານປະຫວັດສາດ, ມີລັກສະນະໂດດເດັ່ນ. ຕັ້ງຢູ່ ບ້ານສີສະຫວາດ ເມືອງຈັນທະບູລີ ຢູ່ທາງດ້ານຕາເວັນອອກສຽງເໜືອຂອງນະຄອນຫຼວງວຽງຈັນ ບໍລິເວນຕອນປາຍຖະໜົນລ້ານຊ້າງ. ປະຕູໄຊມີຊື່ເດີມວ່າ: ອະນຸສາວະລີ . ( ຄົນສະໄໝກ່ອນມັກເອີ້ນວ່າ: ຊ້ອງເອລີເຊ້ເຊິ່ງເປັນຖະໜົນທີ່ຢູ່ໃນປາຣີ )



ຮູບ ທີ່ຕັ້ງຂອງປະຕູໄຊ ( ຈາກGooglemap )

2. ປະຫວັດຄວາມເປັນມາ.
      ປະຕູໄຊສ້າງຕັ້ງຂື້ນນັບແຕ່ປີ ຄສ 1957-1960 ນຳພາສ້າງໂດຍ ທ່ານ ຈັນໂທ ທຳໄຊຍະສິດເສນາ ແລະ ນາຍຊ່າງແມ່ນ ທ່ານ ຈັນມີ ແລ້ວຢຸດການສ້າງຊົ່ວຄາວເນື່ອງຈາກວ່າ ປີ 1960 ໄດ້ມີການເຮັດລັດທະປະຫານ ໂດຍ ທ່ານ ນາຍພົນກອງແລ ຕົກມາຮອດປີ ຄສ 1962-1967 ໄດ້ສືບຕໍ່ສ້າງເປັນໄລຍະທີ 2 ຈົນສຳເລັດ
     ເພື່ອເປັນອານຸສອນສະຖານໃຫ້ແກ່ການປະກາດເອກະລາດຂອງ ສປປ ລາວ ອອກຈາກແອກປົກຄອງຂອງລ່າເມືອງຂື້ນຝຣັ່ງ ແລະ ເພື່ອລະນຶກເຖີງປບຸນຄຸນຂອງປະຊາຊົນລາວຜູ້ທີ່ເສຍສະຫຼະຊີວິດໃນສົງຄາມປະຕູໄຊແຫ່ງນີ້ ໃຊ້ປູນທີ່ອາເມລິກາ ຊື້ມາເພືອນຳມາສ້າງສະໜາມບິນໃໝ່ໃນສົງຄາມວຽງຈັນ ຊ່ວງນັ້ນຢູ່ໃນສົງຄາມອີນດູຈີນແຕ່ສ້າງຍັງບໍ່ທັນແລ້ວອາເມລິກາກໍ່ປະລາໄຊສົງຄາມໃນອີນດູຈີນກ່ອນ ປະຊາຊົນລາວຈື່ງນຳປູນ ຫຼື ຊີມັງມາສ້າງເປັນປະຕູໄຊແທນ ລັກສະນະຂອງລວດລາຍ ແລະ ຮູບຊົງຂອງສະຖາປັດຕະຍາກຳປະຕູໄຊແມ່ນໄດ້ຮັບອິດທິຜົນຈາກ ນະຄອນຫຼວງປາຣິສປະເທດຝຣັ່ງ ໂດ້ຍສ້າງຖະໜົນ ແລະ ປະຕູໄຊໃຫ້ຄືກັນກັບ ‘’ຊ້ອງລີເຊ້’’ ໃນປະເທດຝຣັ່ງ ລັກສະນະສະຖາປັດຕະຍາກຳນັ້ນມີເອກະລັກຂອງລາວຢ່າງຊັດເຈນ ມີທັງພະພຸດທະຮູບສິລະປະລາວ ແລະ ມີຮູບປັ້ນເລື່ອງລາວຕ່າງໆຢູ່ກ້ອງປະຕູໂຄ້ງຂອງປະຕູໄຊທີ່ສວຍສົດງົດງາມ





ຮູບ: ພາຍນອກຂອງປະຕູໄຊ


3. ຊັບພະຍາກອນ ແລະ ຄວາມອາດສາມາດຂອງສະຖານທີ່.
      ປະຕູໄຊແມ່ນມີທັງໝົດ 7ຊັ້ນ ມີຄວາມສູງ 47 ແມັດ ແລະ ດ້ານໃນຖືກປະດັບປະດາດ້ວຍສິລະປະລວດລາຍອັນເປັນເອກະລັກຂອງລາວທີ່ມີສີສັນງົດງາມລວມທັງຮູບປັ້ນຂອງນາງກີນນະລີ ແລະ ພະຍານາກ. ດັ່ງນັ້ນນັກທ່ອງທ່ຽວທີ່ມາທ່ຽວຊົມຈຶ່ງສາມາດຂຶ້ນສູ່ຊັ້ນສູງສຸດເພືອຊົມທິວທັດອັນສວຍສົດງາມຂອງຕົວເມືອງໃນນະຄອນຫຼວງວຽງຈັນ.
      ຢູ່ບໍລິເວນດ້ານລຸ່ມກໍ່ເປັນເດີນກວ້າງປະກອບໄປດ້ວຍອ່າງນ້ຳພຸ, ດອກໄຟສີ ແລະ ດອກໄມ້ຫຼາກຊະນິດ-ຫຼາຍແນວພັນທີ່ສົ່ງກິ່ນຫອມຫວານ ແລະ ສີສັນສົດໃສຕະການຕາ.ດ້ວຍເຫດນີ້ປະຕູໄຊຈື່ງເປັນສະຖານທີ່ທ່ອງທ່ຽວແຫ່ງໜຶງທີ່ລືຊື່ໃນນະຄອນຫຼວງວຽງຈັນກໍ່ຄືປະເທດລາວເຮົາ ເຊີ່ງສາມາດດືງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍໃຫ້ເຂົ້າມາທ່ຽວຊົມ ແລະ ແວ່ ຖ່າຍຮູບໄວ້ເປັນທີ່ລະນຶກເພື່ອສະແດງໃຫ້ຮູ້ວ່າໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນແລ້ວ.






ຮູບ: ປັ້ນຢູ່ກອງປະຕູໄຊ
 4. ການເຂົ້າເຖີງ
      ເນື່ອງຈາກທີ່ຕັ້ງຂອງປະຕູໄຊ ຫຼື ອານຸສາວະລີ ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນຈຶ່ງມີຄວາມສະດວກສະບາຍຕໍ່ການເຂົ້າເຖິງຂອງນັກທ່ອງທ່ຽວ ບໍ່ວ່າຈະເປັນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເພາະຈະສາມາດເຂົ້າເຖິງໄດ້ທັງສອງລະດູຕາມໃຈປະສົງ ບໍ່ວ່າຈະເປັນລະດູແລ້ງ ແລະ ລະດູຝົນໂດຍປາສະຈາກອຸປະສັກໃດໆ ເພາະວ່າເສັ້ນທາງພາຍໃນນະຄອນຫຼວງກໍ່ເປັນທາງທີ່ປູດ້ວຍຄອນກຣີດ ຫຼື ຊີເມັນເຖີງ 85%. ສ່ວນປະຊາຊົນຊາວລາວໃຜທີ່ຢາກມາທ່ຽວຊົມປະຕູໄຊກໍ່ສາມາດມາໄດ້ດ້ວຍລົດສ່ວນຕົວ ເນື່ອງຈາກມີຄວາມສະດວກສະບາຍຕໍ່ການເຂົ້າເຖິງດັ່ງນັ້ນ, ປະຕູໄຊຈຶ່ງເປັນທີ່ຮູ້ຈັກຂອງຜູ້ຄົນເປັນຈຳນວນຫຼວງຫຼາຍທັງຊາວລາວ ແລະ ຕ່າງປະເທດ.






5. ການໃຫ້ບໍລິການ
      ປະຕູໄຊແມ່ນເປີດໃຫ້ເຂົ້າທ່ຽວຊົມແມ່ນ 8:00 – 16:00 ໂມງຂອງທຸກໆມື້ ພວກເຮົາສາມາດເຂົ້າຊົມໄດ້ທຸກມື້ໂດຍການໃຊ້ບໍລິການນໍາທ່ຽວ ຫຼື ມາເອງກໍ່ໄດ້ເຊິ່ງຈະມີຄ່າບໍລິການເລັກນ້ອຍເຊັ່ນວ່າ: ຄ່າຝາກລົດ 3000ກີບ, ຄ່າໃຊ້ບໍລິການຫ້ອງນ້ຳ2000ກີບ ແລະ ຄ່າຂຶ້ນຊົມພາຍໃນປະຕູໄຊ ແລະ ທິວທັດເທິງປະຕູໄຊ 3000ກີບ, ພາຍໃນຈະມີສີນຄ້າຫຼາກຫຼາຍຢ່າງໃຫ້ນັກທ່ອງທ່ຽວໄດ້ຊົມ ແລະ ຊື້ເຊັ່ນວ່າ: ສິນຄ້າທີ່ລະນຶກ, ສິນຄ້າເກົ່າແກ່, ສິນຄ້າປະຈຳຊາດ, ເສື້ອຜ້າ, ນອກຈາກນີ້ຍັງມີສິນຄ້າອື່ນໆ.



















Comments