khonephapheng

ນ້ຳຕົກຕາດ ຄອນພະເພັງ
1 1. ທີ່​ຕັ້ງ​.

      ນ້ຳຕົກຕາດຄອນພະເພັງ ຕັ້ງຢູ່ຫ່າງຈາກຕົວເມືອງ 163 ກິໂລແມັດ, ນ້ຳຕົກຕາດ​ຄອນ​ພະ​ເພັງ​ຕັ້ງຢູ່
​​ດິນ​ແດນ​​ໃຕ້ສຸດ​ຂອງ​ປະ​ເທດ​. ຕັ້ງ​ຢູ່​ບ້ານ​​ເວີນຄາມ​ຫາບ້ານ​ຫາງ​ຄອນ, ​ເມືອງໂຂ້ງ, ​ແຂວງຈຳປາສັກ, ນ້ຳຕົກ
ຕາດ​ຄອນ​ພະ​​ເພັງ​ກໍ່​ແມ່ນ​ນ້ຳຕົກຕາດ​ທີ່​ໃຫ່ຍທີ່​ສຸດ​ໃນ​ປະ​ເທດ​ລາວ ​ເຊີ່ງ​ມີຄວາມ​ສູງ 5 ​ແມັດ ​ເຮັດ​ໃຫ້​ກະ​ແສ​ນ້ຳ​ໄຫຼຜ່ານ ​​ແກ້ງ, ຫີນ, ມີ​ຄວາມ​ແຮງ​ນັ້ນ​ກໍ່​ເພາະ​ແຮງ​ດັນ​ນ້ຳ​ເຮັດ​ໃຫ້​ຜູ້​ທີ່​ເຂົ້າ​ໄປ​ຊົມ​ຕື່ນ​ຕາ​ຕື່ນ​ໃຈ​ກັບ​ສີ່​ງທຳ​
ມະ​ຊາດສ້າງ​ຂື້ນ​ຢ່າງ​ສວຍ​ສົດ​ງົດ​ງາ​ມ.




2.  ປະຫວັດ​ຄວາມ​ເປັນ​ມາ.
ນ້ຳຕົກຕາດຄອນພະເພັງເກີດຈາກທຳມະຊາດຂອງສາແມ່ນ້ຳຂອງ ຢູ່ທາງພາກໃຕ້ສຸດຂອງປະເທດລາວ
ເຊິ່ງມີ​ບໍລິ​ເວັນ​ກ້ວາງ​ໃຫ່ຍ​ໄພ​ສານ, ​ໄຫຼແຕກຕົວ​ຕາມ ​ແກ້ງ, ​ໂງນຫີນ, ​ແລະ ເກີດເປັນຄ່ອງນ້ຳ ຫຼາຍຄ່ອງ ຫຼາຍໂງ່ນແຕກຕາມຊ່ອງວ່າງແກ້ງ, ​ໂງ່ນ​ຫີນ ຕົກ​ສູ້​ພື້ນ​ທີ່​ຕ່ຳ​ດ້ວຍ​ໄລຍະ​ສູງ​ກາຍ​ເປັນ​ນ້ຳຕົກຕາດ​ທີ່​ສົ່ງສຽງກ່ອງ​ກັງວານ​​ໃຫ້​ໄດ້​ຍິນ​ໄລຍະ​ໄກວ ​ເຊິ່ງການ​ຕົກ​ຂອງ​​ແມ່​ນ້ຳ​ດັ່ງກ່າວ​ໄດ້​ຖືກ​ແບ່ງ​ອອກ​ເປັນ 2 ສວນຄື:
-    ສວນ​ທີ1: ແມ່ນ​ໄຫຼຕົກລົງ​ສູ​ລີ່ຜີ ທາງ​ດ້ານ​ທິດຕາ​ເວັນ​ຕົກ.
-    ສ່ວນ​ທີ່2: ​ແມ່ນໄຫຼຕົກລົງສູອນພະເພັງ, ​ໂດຍແບ່ງແຍກສາຍນ້ຳຂອງ ຢູ່ບໍລິເວັນດອນເປື່ອຍ,
ຫົວ​ດອນ​ສຳຮອງ ​ແລະ ຫົວ​ດອນ​ສະ​ດາ ​ເຊິ່ງຫົວ​ນ້ຳ​ໃຫ່ຍຈະ​ໄຫຼ​ແກ້ງ​ຫົວ​ດອນ​ຄອນ​ພະ​​ເພັງ​ທີ່​ເປັນ​ຫົວ​ດອນ
ສຸດ​ທ້າຍ ທີ່ຢູ່​ໄກ້​ຝັ່ງ​​ແຜ່ນ​ດິນ​ໃຫ່ຍ ​ແຂວງ ຈຳປາ​ສັກ ​ເອີ້ນ​ວ່າ: ນ້ຳຕົກຕາດຄອນພະເພັງເຊີ່ງເປັນນ້ຳຕົກຕາດທີກ້ວາງໃຫ່ຍ ​ແລະ ສຳຄັນ​ກ່ວາໝູ່.
      ສ່ວນ​ບໍລິ​ເວັນ​ແກ້ງ​ລີ່ຜີ ​ແມ່ນ​ມີ​ພູ​ສັນຖານ​ທີ່​ເປັນ​ແກ້ງ, ​ເປັນໂງ່ນຫີນ  ສະລັບຊັບຊ້ອນ ກະແຈກກະ
ຈາ​ຍ​ເປັນ​ເວີງ​ກ້ວາງ​ໃຫ່ຍ ​ແລະ ຍາວ​ໄປ​ທາງ​ທິດຕາ​ເວັນ​ຕົກ ​ແລະ ສ່ວ່ນ​ບໍລິ​ເວັນ​ນ້ຳຕົກຕາດ​ລີ່ຜີ ​ແມ່ນ​ຢູ່​ລະ
ຫ່ວາງ​ຂອງຮອຍ​ຕໍ່ດອນຄອນ, ດອນແດດແລະ ດອນສະໜຽດ.  ​
      ນ້ຳຕົກຕາດຄອນພະເພັງເປັນນ້ຳຕົກຕາດທີ່ກ້ວາງໃຫ່ຍກ່ວາໝູ່ໃນປະເທດລາວແລະໃຫ່ຍກ່ວາໝູ່ໃນພາກອາຊີແລະ ຍັງເປັນນ້ຳຕົກຕົກຕາດທີ່ສວຍງາໃນທີ່ສຸດໃນພາກອາຊີຕາເວັນອອກສ່ຽງໃຕ້. ບໍລິ​ເວັນ​ນ້ຳຕົກຕາດ​ແຫຼ່ງນີ້ມີຄວາມ​ກ້ວາງ 8 ​ກິ​ໂລ​ແມັດ, ມີຄວາຍາວ 20 ກິໂລແມັດແລະ ມີຄວາມສູງເຖິງ 15 ​ແມັດ.
ນ້ຳຕົກຕາດຄອນພະພັງເປັນກະແສ້ນ້ຳທີ່ແຮງເຊິ່ງໄຫຼຜ່ານແກ້ງ, ​ໂງ່ນ​ຫີ​ນ ​ເຊິ່ງ​​ເຮັດ​ໃຫ້​ມີຫຼາຍຄ່ອງ
ຫຼາຍ​ແງ່ ສິ່ງ​ດຶງດູດ​ນັກ​ທ່ອງ​ທ່ຽວ ກໍ່​ແມ່ນ​ສ່ຽງ​ແຮງ​ຂອງ​ນ້ຳທີ່​ກະທົບ​ກັບ​ໂງນຫີນຕ່າງໆ ​ເຮັດ​ໃຫ້​ເກິີດມີ​ສ່ຽງ
​ໄຫຼຂອງ​ນ້ຳ ​ເປັນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ດີ.





3 ລັກສະນະ​ເດັ່ນ​.
      ຈຸ​ດພີ​ເສດ​ຂອງ​ນ້ຳຕົກຕາດ​ຄອນ​ພະ​ເພັງ​ນັ້ນ​ກໍ່​ແມ່ນ​ຕົ້ນ​ໄມ້​ມະນີ​ໂຄດ ​ເຊິ່ງຕັ້ງ​ຢູ່​ໃຈກາງ​ນ້ຳ ຕາມ​ການ
​ເລົ່າ​ຂອງ​ຊາວບ້ານ​ວ່າ: ຕົ້ນໄມ້ນີ້ເປັນຕົກໄມ້ສັກສິດຫຼາຍແລະແປກເຊິ່ງມີຄວາມລືກລັບເຊິ່ງໄດ້ມີນັກຄົ້ນ
ຄ້ວາຊາວຕ່າງປະເທດຫຼາຍໆຄົນໄດ້ມາພິສູດຫາຄວາມຈິ່ງຈາກຕົກໄມ້ນີ້ເຊິ່ງພວກເຂົາກໍ່ໄດ້ໃຊ້ຫຼາຍວິທີຈະເຂົ້າ
​ເຖິງຕົວ​ຂອງມັນ ​ເຊັ່ນ: ທາງເຮືອທາງຍົນ ​ແຕ່​ສິ່​ງເຫຼົ່ານັ້ນ​ແມ່ນ​ລົ້ມ​ເຫຼວທັງ​ນັ້ນ ​ເພາະ​ຕາມຄວາມ​ເຊື່ອ​ກັນ​ວ່າ: ມັນມີຄວາມສັກສິດແລະ ບໍ່ຕ້ອງການໃຫ້ໃຜໄປລົບກວນ.
4.​ເສັ້ນທາງ​ເຂົ້າ​ເຖິງ.
     ​ໄລຍະ​ທາງ​ຕົວ​ເມຶືອງຈຳປາ​ສັກ​ເຂົ້າຫາ​ແຫຼ່ງທ່ອງ​ທ່ຽວ ນ້ຳຕົກຕ​າດຄອນ​ພະ​ເພັງ​ແ​ມ່ນ 163 ກິ​ໂລ​ແມັດ
​ເສັ້ນທາງ​ແມ່​ນມີ​ຄວາມສະດວກ​ສະບາຍ​ໃນ​ການ​ເດີນທາງ, 90% ​ແມ່ນ​ເປັນ​ຖະໜົນທີ​ຢູ່​ດ້ວຍຢ່າງໝາກຕອຍ
​ແລະ ທາງ​ເຂົ້າ​ພຽງ​ເລັກ​ນ້ອຍ​ເປັນ​ທາງ​ດິນ​ແດງ. ພວກ​ເຮົາ​ສາມາດ​ນຳເອົາລົດທຸກເພດໄປຍັງສະຖານທີທ່ອງທ່ຽວນັ້ນໄດ້ເຊັ່ນ: ລົດຈັກ, ລົດ​ເມ, ລົດ​ສ່ວນ​ໂຕຕ່າງໆ…​ໂດຍແມ່ເດີນທາງໄປ​​ເສັ້ນທາງເລກທີ່ 13 ພໍໄປຮອດສະຖານທີ່ນັ້ນແລ້ວກໍ່ຈະເຫັນດ່ານເກັບປີ້ຄ່າເຂົ້າຊົມສະຖານທີ່ຄື:
-    ສຳລັບ​ຄົນ​ລາວແມ່ນ 5000 ກີບ/ຄົນ.
-    ສຳລັບ​ຄົນ​ຕ່າງປະ​ເທດ​ແມ່ນ 10000 ກີບ/ຄົນ.




5. ສິ່ງ​ອຳນວຍຄວາມ​ສະດວກ.
     ນ້ຳຕົກຕາດ​ຄອນ​ພະ​ເພັງ ​ເປັນສະຖານ​ທີ່​ທ່ອງ​ທ່ຽວທາງ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ອຸດົມ​ສົມ​ບຸນ​ໄປ​ດ້ວຍຊັບພະຍາກອນ​ທຳມະ​ຊາດ, ນອກຈາກ​ນີ້ທຳ​ມະ​ຊາດ​ຍັງ​ສ້າງ​ຂື້ນມາ​ເພື່ອ​ໃຫ້ທ່ຽວຊົມ​ເຂົ້າ​ມາ​ທ່ຽວຊົມ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວຢ່າງຫຼວງຫຼາຍ ​ນັ້ນ​ກໍ່ຍັງ​ມີ​ສິ່ງອຳນວຍ​ຄວາມ​ສະດວກ​ຕ່າງໆທີ່​ມະນຸດ​ເຮົາ​ສ້າງ​ຂື້ນມາ​ເພື່ອ​ຮັບ
​ໃຊ້ນັກ​ທ່ອງ​ທ່ຽວທີ່​ເຂົ້າມາ​ທ່ຽວຊົມ​ຢ່າງຫຼວງຫຼາຍ​ເຊັ່ນ: ການສ້າງສາລາຊົມທິວທັດ (ສ້າງໃນປີ 2000-2001 )
​​ໂດຍ​​ໃຊ້​ງົບປະມານ 640 ລ້້ານກີບ ມັນເປັນການຊ່ວບໄດ້ຫຼາຍໃຫ້ແກ່ນັກທ່ອງທ່ຽວໃນການທ່ຽວຊົມທິວທັດຢ່າງ​​ໃກ້ສິດກັບກະແສນ້ຳຕົກຕາດຄອນພະເພັງ.
      ນອກຈາກ​ນັ້ນ ​ກໍ່ຍັງ​ມີ​ຮ້ານ​ອາຫານ​ຕ່າງໆ​ໂດຍ​ຜູ້​ທີ່​ໄປ​ຮອດ​ໄປ​​ເຖິງ​ຕ້ອງ​ລອງ​ຊົມ​ລດຊາດ​ຂອງ​ອາຫານ​ປະ​ເພດ​ປາ​ຂອງບ້ານ​ເຮົາ​ເຊິ່ງມີ​ລົດ​ຊາດ​ຂອງ​ຊີ້ນປາສົດ​ຢ່າງ​ແທ້​ຈິ່ງ ​ແລ​ະ ກໍ່ບໍລິການ​ຖ່າຍຮູບ​ດ່ວນ​ເປັນ​ທີ່​ລະນືກກັບ​ບ້ານ​ຂອງ​ຕົນ​ອີກ​ດ້ວຍ.ມີ​ທັງ​ຮ້ານ​ຂາຍ​ເຄື່ອງທີ່​ລະນືກຈາກ​ຕາດຄອນ​ພະ​ເພັງ​ທີ່​ມີ​ໃຫ້ເລືອກ​ຊີ້ຕາມ​ອັດຕະຍະ​ໃສ່.


Comments