Sibounhueang & phoxaiyalam temple

I.  ແຫຼ່ງທ່ອງທ່ຽວທາງປະຫວັດສາດ ( ວັດໂພໄຊຊະນະຣາມ ແລະ ວັດສີບຸນເຮືອງໄຊຍະຣາມ ).
        ວັດ​ໂພ​ໄຊ​ຊະນະຣາ​ມ ຕັ້ງ​ຢູ່​ບ້ານ​ຊຳ​ເໜືອ  ​ເມືອງ​ຊຳ​ເໜືອ ​ແຂວງ​ຫົວພັນ ​ເຊິ່ງຫ່າງ​ຈາກ​​ໃຈ​ການ​ເມືອງ​ໄປ​ປະມານ 1 ກິ​ໂລ​ແມັດ ວັດໂພໄຊຊະນະຣາມ ເປັນສະຖານທີ່ ທີ່ສຳຄັນທາງສາສະໜາພຽງບ່ອນດຽ່ວຂອງແຂວງຫົວພັນ.







                       ຮູບພາບ: ວັດໂພໄຊຊະນະຣາມ




                                                             ຮູບພາບ:     ພຣະອົງຕື້ 


1.2. ປະຫວັດຄວາມເປັນມາຂອງ ( ວັດໂພໄຊຊະນະຣາມ ).
   ວັດໂພໄຊຊະນະຣາດ ສ້າງຕັ້ງຂື້ນໃນປີ ພສ 2522 – 2530. ວັດນີ້ເຄີຍເປັນບ່ອນປະດິດຂອງພຣະອົງຕື້ ອັນເປັນມິ່ງຂວັນຂອງ ແຂວງຫົວພັນ​. ໃນປີ ຄ.1553 ສະໄໝເຈົ້າໄຊຍະເສດຖາທິຣາດ ໄດ້ນຳພາປະຊາຊົນສ້າງເຈດີ ແລະ ພຣະພຸດທະຮູບໃຫ່ຍຂື້ນຢູ່ທີ່ນະຄອນຫຼວງຂອງອານາຈັກລ້ານຊ້າງ ( ນະຄອນຫຼວງວຽງຈັນໃນປະຈຸບັນ ) ເພື່ອເປັນສັນຍາລັກແຫ່ງໄຊຊະນະໃນການຕໍ່ສູ້ກັບສັກດີນາພະມ້າ ແລະ ເພື່ອເປັນບ່ອນສັກກາລະບູຊາຂອງປວງຊົນລາວ. ພຣະພຸດທະຮູບອົງນີ້ມີຄວາມສວຍງາມ ແລະ ໜ້າເກງຂາມຫຼາຍຖືກຫຼໍ່ຂື້ນດ້ວຍທອງແດງ ແລະ ທອງເຫຼືອງ ເຊິ່ງມີນ້ຳໜັກ 1 ໂຕ້ນດັ່ງເຫັນປະຈັກຕາຢູ່ທີ່ວັດອົງຕື້ ນະຄອນຫຼວງວຽງຈັນ ໃນທຸກວັນນີ້. ຫຼັງຈາກນັ້ນ ເຈົ້າໄຊຍະເສດຖາທິຣາດກໍ່ໄດ້ປະກາດໃຫ້ປະຊາຊົນພ້ອມກັນສ້າງເຈດີ ແລະ ພຣະພຸດທະຮູບໃຫ່ຍຂີື້ນໃນເມືອງຂອງໃຜລາວເພື່ອເປັນສັນຍາລັກ ແລະ ລະນຶກເຖິ່ງເຫດການດັ່ງກ່າວນັ້ນເຊັ່ນກັນ. ເຖິ່ງວ່າທອງ ແລະ ວັດຖຸອຸປະກອນທີ່ຫາມາໄດ້ນັ້ນຈະມີນ້ຳໜັກບໍ່ຮອດຕື້ ແລະ ເມື່ອຫຼໍ່ແລ້ວຈະເປັນພຣະພຸດທະຮູບໃຫ່ຍ ຫຼື ນ້ອຍກໍ່ຕາມກໍ່ໃຫ້ໃສ່ຊື່ວ່າ  ພຣະອົງຕື້ພາຍຫຼັງທີ່ພະຍາສີສຸລິນ ທຳມະລາດ ເຈົ້າເມືອງ ເມືອງໂສ້ຍ ( ເມືອງເກົ່າແຫ່ງໜື່ງຂອງແຂວງຫົວພັນໃນເມື່ອກ່ອນ ) ໄດ້ຮັບຄໍາສັ່ງດັ່ງກ່າວແລ້ວກໍ່ສັ່ງໃຫ້ບັນດາບຸກຄົນທີ່ສໍາຄັນແຕ່ງຕັ້ງຄະນະຮັບຜິດຊອບເພື່ອສ້າງພຣະພຸດທະຮູບໃຫ່ຍ 1 ອົງຂື້ນໃນປີ ຄສ 1565 ເຊິ່ງມີ ນ້ຳໜັກ 3.850 ກິໂລ ຫຼໍ່ດ້ວຍທອງເຫືອງ ໂດຍມີຊື່ວ່າ:“ ພຣະອົງຕື້ ວັດໂພໄຊຊະນະຣາມເປັນວັດທີ່ເກົ່າແກ່ເຖິ່ງ 442ປີ ​ແລະ ​ໄດ້​ປະດິດສະຖານ​ທີ່ຢູ່​ວັດ​ເກົ່າ​ແຫ່ງໜື່ງຂອງ​ເມືອງ​ໂສ​ຍ.
   ​ໃນວັນທີ່10 / ​ເມສາ / 1984.ອຳນາດການປົກຄອງ ແຂວງຫົວພັນ ໄດ້ອັນເຊີນພຣະອົງຕື້ມາປະດິດສະຖານຢູ່​ທີ່ວັດ​ໂພ​ໄຊຊະຣາມ ທີ່ຊຳເໝືອແຫ່ງນີ້.
   ຮອດ​ວັນ​ທີ່ 24 / ພຶດສະພາ / 2013 ກໍ່ໄດ້ອັນເຊີນພຣະອົງຕື້ໄປປະດິດສະຖານຢູ່ທີ່ວັດສີບຸນເຮືອງທີ່ສ້າງຂື້ນມາໃໝ່. ​ໃນ​ປັດຈຸບັນ, ເຖິ່ງວ່າຈະບໍ່ມີພຣະພຸດທະຮູບອົງຕື້ຢູ່ທີ່ວັດໂພໄຊຊະນະຣາມແລ້ວກໍ່ຕາມ ວັດດັ່ງກ່າວຍັງຄົງເປັນທີ່ເຄົາລົບ ແລະ ສັດທາຂອງປະຊາຊົນ ຊາວແຂວງຫົວພັນ ແລະ ປະຊາຊົນທີ່ມາຈາກທ້ອງຖິ່ນອື່ນໆ​.
      ແລ້ວຕໍ່ມາພຮະອົງຕື້ກໍ່ໄດ້ຍ້າຍໄປວັດສີບຸນເຮືອງໄຊຍະຣາມ. ວັດສີບຸນເຮືອງໄຊຍະຣາມຕັ້ງຢູ່ເທດສະບານເມືອງຊໍາເໜືອຫ່າງຈາກຖະໜົນຜາຖີ ປະມານ 1 ກິໂລແມັດ. ວັດສີບຸນເຮືອງໄຊຍະຣາມສ້າງຕັ້ງຂື້ນໃນວັນທີ່12 ເດືອນ ມີນາ ປີ 2009 ແລະ ໄດ້ສໍາເລັດໃນວັນທີ່ 25 ພຶດສະພາ ປີ 2013 ວັດແຫ່ງນີ້ເປັນບ່ອນປະດິດສະຖານຂອງພຣະພຸດທະຮູບອົງຕື້ ເຊິ່ງເປັນທີ່ເຄົາລົບ ແລະ ສັດທາຂອງປະຊາຊົນໃນແຂວງຫົວພັນ ກໍ່ປະຊາຊົນລາວທີ່ມາຈາກທ້ອງຖີ່ນອື່ນ. ເນືອງຈາກວ່າວັດສີບຸນເຮືອງໄຊຍະຣາມຕັ້ງສະຫງ່າໂດດເດັ່ນຢູ່ເທິງຈອມພູ ແລະ ອ້ອມຮອບໄປດ້ວຍທໍາມະຊາດທີ່ສວຍສົດງົດງາມຫຼາຍ ຈື່ງເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນຈຸດຊົມວິວຂອງເມືອງຊໍາເໜືອ ເຊິ່ງທານສາມາດມາດເບີ່ງເຫັນທັດສະນີຍະພາບຂອງທຸກໆມຸມໃນຕົວເມືອງຊໍາເໜືອໄດ້ໜົດທຸກແຫ່ງ.




                     ຮູບພາບ: ວັດສີບຸນເຮືອງໄຊຍະຣາມ

1​​.3  ລັກສະນະເດັ່ນຂອງແຫ່ງທ່ອທ່ຽວ ( ວັດສີບຸນເຮືອງໄຊຍະຣາມ ).
      ວັດໂພໄຊຊະນະຣາມ ແລະ ວັດສີບຸນເຮືອງໄຊ ເປັນສະຖານທີ່ສໍາຄັນ ແລະ ເປັນບ່ອນສັກທີ່ສິດທາງສາສະໜາ ເຊິ່ງຊາວແຂວງຫົວພັນໃຫ້ຄວາມເຄົາລົບນັບຖື  ແລະ ພາຍໃນຈະມີການຕົບແຕ່ງທີ່ສວຍງາມ, ມີການແກະສະລັກດ້ວຍໄມ້ໂລ້ງເລັ່ງ, ມີຮູບປັນຂອງພະພຸດທະເຈົ້າ ມີລວດລາຍຮູບແຕ້ມຫຼາຍຊະນີດ ນອກຈາກນີ້ແລ້ວກໍ່ຍັງເປັນທີ່ສັກກາລະບູຊາ ໄວກາບໄຫ້ວ ອັນສັດທາຂອງປະຊາຊົນໃນຊາວແຂວງຫົວພັນ  ແລະ ຍູ່ທາງນອກຂອງວັດຈະສາມາດຊົມວິວທິວທັດທຳມະຊາດ, ສາມາດເບິ່ງເຫັນບ້ານເຮືອນປະຊາຊົນ ແລະ ເຫັນທຳມະຊາດທີ່ສວຍສົດງາມ ພູຜາປ່າໄມ້ຫລາກຫຼາຍຊະນີດ ແລະ ຍີນສຽງຮ້ອງຂອງສັດສາວາສິງບາງຊະນິດ.



1.4.ການເຂົ້າເຖິ່ງ ( ວັດສີບຸນເຮືອງໄຊຍະຣາມ ).
    ວັດ​ໂພ​ໄຊຊະນະຣາມ ແລະ ວັດສີບຸນເຮືອງໄຊຍະຣາມ​ເສັ້ນທາງການເຂົ້າເຖິ່ງແມ່ນເປັນເສັ້ນທາງທີ່ກວ້າງຂວ້າງມີ​ຄວາມ​ສະດວກ​ສະບາຍ​ໃນ​ການ​ເຂົ້າ​ເຖິ່ງໄດ້ຢ່າງສະບາຍ ​ເພາະວ່າ​ຕັ້ງ​​ຢູ່ຕິດ​ເສັ້ນທາງ​ໃຫ່ຍຂອງຕົວເມືອງເປັນເສັ້ນທາງປູຢ່າງຫ່າງ​ຈາກ​ຕົວ​ເມືອງ​ປະມານ 1 ກິ​ໂລ​ແມັດ ,ສາມາດນຳເອົາ ລົດຈັກ, ລົດສ່ວນໂຕ, ລົດເມ ແລະ ລົດທຸກຊະນິດເຂົ້າມາໃນສະຖານທີ່ແຫ່ງນີ້ໄດ້.
1.5 ສິ່ງອໍານວຍຄວາມສະດວກ ( ວັດສີບຸນເຮືອງໄຊຍະຣາມ ).
     ວັດໂພໄຊຊະນະຣາມ ແລະ ວັດສີບຸນເຮືອງໄຊຍະຣາມ ແມ່ນຈະບໍ່ມີການໃຫ້ບໍລິການ ຫຼື ເສຍຄ່າຫ້ອງນໍ້າ ເພາະວ່າເປັນວັດ  ເປັນສະຖານທີ່ທາງສາສະໜາ ແລະ ເປັນບ່ອນທີ່ສັກສິດ  ຄົນທີ່ເຂົ້າມາວັດແຫ່ງນີ້ທີ່ຈະມາກາບໄຫ້ວພຣະອົງຕື້ ແລະ ຂໍພອນອັນສັກສິດກໍ່ຈະຊີ້ດອກໄມ້ຕາມຮ້ານຂາຍເຄືອງຂ້າງໆວັດ ທູບທຽນຢູ່ທາງນອກເຂົ້າມາກາບໄຫ້ວ ທ່ານຈະສາມາດເຂົ້າມາກາບໄຫ້ວ ແລະ ທ່ຽວຊົມວັດສອງແຫ່ງນີ້ໄດ້ທຸກມື້ ແລະ ຖ້າຫາກທ່ານໃດສົນໃຈຢາກໄປທ່ຽວຊົມ ຫຼື ໄປທ່ຽວລົມຊົມວິວທາງພາກ
ເໜືອກໍ່ສາມາດໄປໄດ້ຖ້າໄດ້ໄປແລ້ວທ່ານຈະບໍຜິດຫວັງ ນອກຈາກສະຖານທີນີ້ແລ້ວກໍ່ຍັງມີຫຼາຍສະຖານທີ່ໃຫ້ທ່ງວຊົມ ຈະເປິດໃຫ້ບໍລິການ 8:00 – 17:000 ໂມງ.

            



Comments